ບັນທຶກການເດີນທາງ ບ້ານບົວບານ ແຂວງຄຳມ່ວນ
ບັນທຶກການເດີນທາງ ບ້ານບົວບານ ແຂວງຄຳມ່ວນ
ບັນທຶກການເດີນທາງ
ບັນທຶການເດີນທາງແຂວງຄຳມ່ວນ ເມືອງຍົມມະລາດ ໂຮງຮຽນບ້ານຫາດຊອນ 4/12/2024 ພວກເຮົາໄດ້ເລີ່ມອອກເດີນທາງ ແຕ່7ໂມງເຊົ້າ ເພື່ອມຸ້ງໜ້າໄປແຂວງຄຳມ່ວນ ເມືອງຍົມມະລາດ ການເດີນທາງໃນຄັ້ງນີ້ແມ່ນເຕັມໄປດ້ວຍຄວາມຍຸ້ງຍາກ ດ້ວຍຄວາມຟ້າວຢາກໃຫ້ຮອດສະຖານທີ່ ເພາະໄດ້ນັດນ້ອງໆໄວ້ແລ້ວ ທັງຫລົງທາງ ຫຼາຍໆຢ່າງເຮັດໃຫ້ໄປຮອດສະຖານທີ່ ກະກິນເວລາໄປຮອດ5ໂມງແລງ ພໍໄປຮອດພວກເຮົາກະຮີບ ແຈກຢາຍເຄື່ອງເພາະໃກ້ຈະຄໍ່າແລ້ວ.
ໃນຄັ້ງນີ້ພວກເຮົາຈະມີເສື້ອກັນໜາວ ແລະ ອຸປະກອນການຮຽນສຳລັບນ້ອງໆ ທຸກຄົນ ສຳລັບໂຮງຮຽນແມ່ນ ອຸປະກອນກິລາຫຼາຍປະເພດ ປິ່ນເຕີ້ ແລະ ລຳໂພງໃຫຍ່ ເອົາໄວ້ໃຊ້ສຳລັບງານກິດຈະກຳຕ່າງໆຂອງໂຮງຮຽນ. ຫຼັງຈາກໄດ້ຮັບເຄື່ອງແລ້ວນ້ອງໆ ກໍພາກັນກັບບ້ານ ເພາະໃກ້ຈະຄໍ່າແລ້ວ ພາບບັນຍາກາດກະເຕັມໄປດ້ວຍຮ່ອຍຍິ້ມ ແລະ ສຽງຫົວ ຄວາມອິ່ມອົກອິ່ມໃຈຂອງພວກເຮົາທີມງານ.
ສະພາບໂຮງຮຽນຍັງມີຫຼັງໜຶ່ງ ທີ່ຊຸດໂຊມຫຼາຍ ຝາໄມ້ທີ່ອ້ອມແມ່ນຫຼຸດອອກ ໂຕະຕັ່ງຊຸດໂຊມ ຫຼັງຄາຮົ່ວ ຫຼັງຈາກແລ້ວພາລະກິດ ຊາວບ້ານແຖວນັ້ນກໍໄດ້ເຮັດພິທີສູ່ຂວັນໃນພວກເຮົາ ອາຫານຄ່ຳກໍມີແຕ່ແນວແຊບໆ ທີ່ຊາວບ້ານເຮັດໄວ້ໃຫ້ ພໍແລ້ວພິທີແລ້ວພວກເຮົາກໍໄດ້ເດີນທາງອອກມາພັກຢູ່ນາກາຍ ສະພາບເສັ້ນທາງແຕ່ຍົມມະລາດ ຫານາກາຍ ແມ່ນທີ່ວ່າໂຫດເລີຍກະວ່າໄດ້ ມີພູທີ່ສູງຊັນ ໄປຮອດບ່ອນພັກພໍດີ 10 ໂມງກາງຄືນ ແລະ ນີ້ກໍເປັນພາບບັນຍາກາດທີ່ພວກເຮົາເກັບມາຝາກ