ບັນທຶກການເດີນທາງ ບ້ານບົວບານ ແຂວງຊຽງຂວາງ
ບັນທຶກການເດີນທາງ ບ້ານບົວບານ ແຂວງຊຽງຂວາງ
ບັນທຶກການເດີນທາງ
ພວກເຮົາໄດ້ເລີ່ມອອກເດີນທາງຈາກວຽງຈັນຕັ້ງແຕ່ 7 ໂມງເຊົ້າ ເພື່ອເດີນທາງມຸ້ງໜ້າໄປແຂວງຊຽງຂວາງ ໃນຄັ້ງນີ້ມີຄວາມທ້າທາຍຫຼາຍຢ່າງ ໂດຍສະເພາະແມ່ນເລື່ອງຫົນທາງ ເປັນທາງທີສູງຊັນ ປະກອບກັບສະພາບທາງທີ່ເປັນຂຸມເປັນບໍ່ ຖ້າຕົກມາຍາມຝົນແມ່ນລົດພວກເຮົາ 2x4 ບໍ່ສາມາດເດີນທາງໄປໄດ້ເລີຍ.
ແຕ່ເຖິງຢ່າງໃດກໍຕາມ ວິວແຄມທາງເປັນວິວທີ່ສວຍງາມຫຼາຍ ພວກເຮົາເດີນທາງມາຮອດຊຽງຂວາງກໍພໍດີຄຳ ພັກເອົາແຮງເພື່ອຈະໄດ້ອອກເດີນທາງມຸ້ງໜ້າໄປເມືອງຄຳຕໍ່ ໃນມື້ທັດໄປອີກ 3-4 ຊົ່ວໂມງ.
ພວກເຮົາອອກເດີນທາງແຕ່ 7 ໂມງເຊົ້າ ໄປຮອດໂຮງຮຽນນ້ອງໆກໍພໍດີ 11 ໂມງ ເຂດນີ້ແມ່ນເປັນເຂດພູສູງມີອາກາດທີ່ໜາວເຢັນຕະຫຼອດປີ ບາງຊ້ວງຈຳເປັນຕ້ອງໄດ້ຢຸດການຮຽນເພາະມີສະພາບອາກາດທີ່ບໍ່ເອື້ອຍອຳນວຍ ເຄື່ອງທີ່ພວກເຮົານຳມາມອບໃນຄັ້ງນີ້ຈະເປັນ: ອຸປະກອນການຮຽນສຳລັບນ້ອງໆທຸກຄົນ, ເຄື່ອງກິລາ ແລະ ອຸປະກອນກິລາຫຼາຍຊະນິດ, ເຄື່ອງໃຊ້ຫ້ອງການ, ຄອມພິວເຕີ້, ປິ່ນເຕີ້ ແລະ ນີ້ກໍຄືພາບບັນຍາກາດທີ່ໄດ້ເກັບມາຝາກ