ບັນທຶກການເດີນທາງ ບ້ານບົວບານ ແຂວງໄຊຍະ
ບັນທຶກການເດີນທາງ ບ້ານບົວບານ ແຂວງໄຊຍະ
ບັນທຶກການເດີນທາງ
ຈຸດກຳເກີດຂອງພວກເຮົາແມ່ນເລີ່ມຈາກການທ່ອງທ່ຽວໄປຕາມຊົນນະບົດ ແລະ ມັກຮັກໃນທຳມະຊາດ ຜ່ານການເດີນທາງພວກເຮົາເຫັນຫຼາຍສິ່ງຫຼາຍຢ່າງ ທັງຄວາມຈະເລີນ ແລະ ຄວາມທຸກຢາກທີ່ຍັງມີໃຫ້ເຫັນຫຼາຍໃນຊົນນະບົດ ພວກເຮົາເລີຍຖືໂອກາດນີ້ເປັນຜູ້ໃຫ້ ແລະ ເປັນສະຜານບຸນ ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງນ້ອງນັກຮຽນໃນເຂດຊົນນະບົດ ດີຂຶ້ນເລື້ອຍໆ
ຈຳນວນນັກຮຽນປະມານຮ້ອຍປາຍກ່ວາຄົນ ຕອນນີ້ເປັນຊ່ວງເລີ່ມຕົ້ນພວກເຮົາ ພຽງມອບອຸປະກອນກິລາ, ອຸປະກອນການຮຽນ, ສໍສີ, ບິກ, ສໍ, ເຂົ້າໝົມ, ນົມ, ໃຫ້ກັບນ້ອງນັກຮຽນທຸກຄົນ. ຫຼັງຈາກທີ່ນ້ອງໆ ໄດ້ຮັບເຄື່ອງຂອງຈາກພວກເຮົາກໍພາກັນກັບບ້ານ ແລະ ພວກເຮົາກໍໄດ້ກິນເຂົ້າສາມັກຄີຮ່ວມກັນກັບຄູອາຈານ ເວລາຜ່ານໄປປະມານ20ນາທີ ນ້ອງໆໄດ້ພາກັນເກັບຂອງກິນມາຝາກຈົນເຕັມໝົດເລີຍ ແລະ ເປັນພາບເລື່ອງລາວທີ່ໜ້າປະທັບໃຈຫຼາຍ